- ເປີດບັນຊີທະນາຄານ(ບັນຊີຝາກປະຢັດ) ສະກຸນເງິນໂດລາສະຫະລັດ ໂດຍຕ້ອງມີເງິນເປີດບັນຊີຂັ້ນຕ່ຳ 135 ໂດລາສະຫະລັດ ເພື່ອເອົາໄປຫັກຄ່າທຳນຽມບັດຈະເຫຼືອ 100 ໂດລາພໍດີ
- ເປີດບັດ BCEL ວີຊ່າ ເດບິດ ທີ່ທະນາຄານ BCEL ເຊິ່ງສິ່ງຕ້ອງໃຊ້ມີ:
- ຄ່າທຳນຽມບັດ 25 ໂດລາສະຫະລັດຕໍ່ປີ
- ຄ່າທຳນຽມເຂົ້າທຳອິດ 15 ໂດລາ
- ຮູບຖ່າຍ 3x4 ນິ້ວ 1 ໃບ
- ບັດປະຈຳໂຕປະຊາຊົນ (ຫຼືຖ້າເປັນຄົນຕ່າງປະເທດ ໃຊ້ພາສປອດ ແລະ ໃບຢັ້ງຢືນການເຮັດວຽກໃນປະເທດລາວ Work permit)
ຫຼັງຈາກນັ້ນທາງທະນາຄານຈະໃຫ້ລໍຖ້າຮັບບັດ ໃຊ້ເວລາປະມານ 1 ອາທິດ
ຕິດຕໍ່ ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: ທະນາຄານການຄ້າຕ່າງປະເທດລາວ ສຳນັກງານໃຫຍ່(BCEL) ສູນບໍລິການບັດອີເລັກໂທຼນິກ ແລະ ຜະລິດຕະພັນບັດ
ໂທລະສັບ 021-262935, 213200 ຕໍ່ 608, 603 http://www.bcel.com.la/la/Pdetail.aspx?ID=21
- ເປີດບັນຊີ BCEL One ເຊິ່ງສິ່ງຕ້ອງໃຊ້ມີ:
- ເບີໂທລະສັບມືຖືຂອງປະເທດລາວ
- ອີເມວລ໌
- ໂທລະສັບ Smart Phone ທີ່ສາມາດໂຫຼດ Application BCEL One ໄດ້
ການເປີດການໃຊ້ງານ
BCEL One ໃຫ້ເຮັດຢູ່ທະນາຄານນັ້ນເລີຍ
ຕາມທີ່ພະນັກງານແນະນຳ
ເພາະຕ້ອງມີການຢືນຢັນລະຫັດຜ່ານທາງ
SMS
- ສະໝັກ Paypal ໂດຍການໃສ່ຂໍ້ມູນ ຊື່ ທີ່ຢູ່ ເລກທີບັດ BCEL Visa Debit ເພື່ອຢືນຢັນຕົວຕົນ ຊື່ຕ້ອງກົງກັນທັງໃນບັດແລະໃນ Papal ຈຶ່ງຈະໃຊ້ສະໝັກໄດ້.
ບັນຊີຈະມີໃຫ້ເລືອກ 3 ຮູບແບບ
1. Personal Account ບັນຊີສ່ວນຕົວ ທີ່ເໝາະກັບຄົນທີ່ ຊື້ຜະລິດຕະພັນແລະບໍລິການ ສາມາດເປີດໃຫ້ຮັບ+ສົ່ງເງິນ ຫຼືເພື່ອເກັບເງິນ ບໍ່ໄດ້ໃຊ້ເຮັດວຽກການຂາຍຫຼືທຸລະກິດ ຄ່າທໍານຽມຖືກ ທ່ານອາດຈະບໍ່ສາມາດນໍາໃຊ້ເຄື່ອງ ແຕ່ວ່າທ່ານສາມາດຍົກລະດັບ ບັນຊີອື່ນໄດ້
2. Permier Account ບັນຊີຊັ້ນໜຶ່ງ ທີ່ເຫມາະສົມສໍາລັບບຸກຄົນຊື້ຂາຍ ສາມາດນໍາໃຊ້ເຄື່ອງມືຕ່າງ ຄົບຖ້ວນ ແລະ ຄ່າທໍານຽມຕາມລະບຽບການປົກກະຕິຂອງ PayPal ເພື່ອເຂົ້າເຖິງສໍາລັບການທຸລະກິດອອນໄລນ໌ ບັນຊີຂ້າພະເຈົ້າແນະນໍາໃຫ້ທ່ານ ເນື່ອງຈາກວ່າງ່າຍແລະໄວ
3. Business Account ບັນຊີທຸລະກິດ ນບັນຊີສໍາລັບການດໍາເນີນທຸລະກິດຫຼືຮ້ານອື່ນໆ
ສໍາລັບການນໍາໃຊ້ໃນການເຮັດທຸລະກິດອອນໄລນ໌ ອງມີເອກະສານທຸລະກິດທີ່ມາພ້ອມຄໍາຮ້ອງສະຫມັກ
(ອັນໜຶ່ງ Paypal ໃນປະເທດລາວ ໃຊ້ຊື້ສິນຄ້າໄດ້ໂດຍການຕັດເງິນຈາກບັດແລະສາມາດໂອນເງິນ ບໍ່ສາມາດຮັບເງິນໄດ້)